ໃນຕອນແລງ ວັນທີ 8 ທັນວາ 2017 ຜ່ານມານີ້ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ປທສ ແຂວງຜົ້ງສາລີ ຜູ້ໃໝ່ ຂື້ນທີ່ຫ້ອງປະຊຸມຂອງບໍລິສັດລັດວິສາຫະກິດ ລາວໂທລະຄົມມະນາຄົມ ສາຂາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວທອງ ອຸແສງຄຳ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ.
ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ, ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ, ຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ, ບັນດາຜູ້ອຳນວຍ,ຮອງອຳນວຍການ, ຫົວໜ້າພະແນກ ,ຫົວໜ້າສູນ, ຈາກບໍລິສັດ 3 ບໍລິສັດ ທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມສາຂາແຂວງ ແລະ ພະນັກງານ-ວິຊາການ ພາຍໃນພະແນກ ປທສ ແຂວງ,ບໍລິສັດ ເຂົ້າຮ່ວມທັງໝົດ 28 ຄົນ, ຍິງ 8 ຄົນ.