ໃນຕອນເຊົ້າຂອງວັນທີ 26 ຕຸລາ 2017 ທີ່ຜ່ານມານີ້ ໜ່ວຍພັກພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີຮັບມະຫາຊົນຜູ່ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ຈຳນວນ 4 ສະຫາຍ,ຍິງ 1 ສະຫາຍ ຂື້ນນະທີ່ຫ້ອງປະຊຸມບໍລິສັດ ອີທີເອລ ຈຳກັດ ສາຂາແຂວງ ຜົ້ງສາລີ, ໂດຍການເປັນປະທານຂອງທ່ານ ປະສິດ ເຈັ່ນຕະຈັກ ເລຂາໜ່ວຍພັກ, ຫົວໜ້າພະແນກ ປທສ ແລະ ບັນດາສະມາຊິກພາຍໃນໜ່ວຍພັກພະແນກ ປທສ ເຂົ້າຮ່ວມຢ່າງພ້ອມພຽງ.
ເຊິ່ງໃນພິທິມະຫາຊົນຜູ່ກ້າວໜ້າ ກໍ່ໄດ້ຂື້ນອ່ານຜ່ານໃບສຳຫຼວດຕົນເອງ ເພຶ່ອຂໍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ຈາກນັ້ນບັນດາຜູ້ທີ່ຕິດຕາມກໍ່ໄດ້ຂື້ນໃຫ້ຄຳເຫັນຕໍ່ມາຫາຊົນຜູ່ກ້າວໜ້າ 4 ສະຫາຍທີ່ຈະເຂົ້າເປັນສະມາຊິກພັກ ຂອງພັດປະຊາຊົນປະຕິວັດລາວ.
ຈາກນັ້ນ; ກໍ່ໄດ້ຜ່ານມະຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດຮັບມະຫາຊົນຜູ່ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ, ໃຫ້ກຽດຂື້ນຮັບສະມາຊິກພັກ 4 ສະຫາຍ ໂດຍທ່ານ ປະສິດ ເຈັ່ນຕະຈັກ ເລຂາໜ່ວຍພັກພະແນກ ປທສ ແຂວງ.