ໃນຕອນເຊົ້າຂອງວັນທີ 1 ທັນວາ 2017 ທີ່ຜ່ານມານີ້ ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງຜົ້ງສາລີ ໄດ້ລົງເຄື່ອນໄຫວ ແລະ ຖອດຖອນບົດຮຽນນຳບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ(LTC) ສາຂາແຂວງ ໂດຍການນໍຳພາຂອງທ່ານ ບຸນສະຫວາດ ສີວົງໄຊ ຮອງຫົວໜ້າພະແນກ ປທສ ແຂວງ ພ້ອມດ້ວຍພະນັກງານ,ວິຊາການພາຍໃນພະແນກ ແລະ ໃຫ້ກຽດຕ້ອນຮັບຂອງທ່ານ ມານະຈິດ ວົງວິວັນ ຮອງຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ສາຂາແຂວງ .
ຈຸດປະສົງໃນການລົງເຄື່ອນໄຫວ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ແມ່ນເພຶ່ອຍົກສູງຄວາມຮູ້ຄວາມສາມາດຂອງພະນັກງານວິຊາການພາຍໃນພະແນກ ປທສ ແຂວງ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ກັບອຸປະກອນການສື່ສານຕ່າງໆ ແລະ ຮັບຮູ້ເຖິງປະເພດການບໍລິການດ້ານການສື່ສານຂອງບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມLTC ສາຂາແຂວງໃຫ້ຮັບຮູ້,ເຂົ້າໃຈ ແລະ ທັງນີ້ກໍ່ເປັນການເສີມສ້າງຄວາມສາມັກຄີລະຫວ່າງພະແນກ ກັບ ບໍລິສັດ ກໍ່ຄືພະນັກງານ,ວິຊາການຂອງພະແນກ ແລະ ບໍລະສັດໃຫ້ມີຄວາມສະນິດແໜ້ນໃຫ້ຫຼາຍຂື້ນກວ່າເກົ່າ.