ໃນຕອນເຊົ້າ ວັນທີ 13 ມີນາ 2018 ທີ່ຜ່ານມາພະແນກໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີຂະບວນການແຂ່ງຂັນກິລາເປຕັງ ຂື້ນທີ່ພະແນກ ປທສ ແຂວງ ເພຶ່ອເປັນການສະເຫຼີມສະໜອງວັນໂທລະຄົມມະນາຄົມແຫ່ງຊາດຂອງ ສປປລາວ ຄົບຮອບ 53 ປີ (13 ມີນາ 1965 – 13 ມີນາ 2018) ທີ່ໜູນວຽນມາຄົບຮອບອີກວາລະໜື່ງ ເຊີ່ງໃນພິທີໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະສິດ ເຈັ່ນຕະຈັກ ຫົວໜ້າພະແນກ ປທສ ແຂວງ, ມີບັນດາຮອງຫົວໜ້າພະແນກ , ຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມເຕີມ: ສ້າງຂະບວນການກິລາເປຕັງສະເຫຼີມສະຫຼອງວັນໂທລະຄົມມະນາຄົມແຫ່ງຊາດຂອງ ສປປລາວ ຄົບຮອບ 53 ປີ
ໃນວັນທີ 12 ກຸມພາ 2018 ທີ່ ໂຮງແຮມດອນຈັນພາເລດ ໄດ້ມີພິທີ ມອບ-ຮັບ ໂປຣແກຣມລົງທະບຽນ ເລກໝາຍໂທລະສັບມືຖື ຢ່າງເປັນທາງການ, ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກໄທ; ມີທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ ສານ ແຫ່ງ ສປປ ລາວ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ຕະຫຼອດຮອດ ສື່ມວນຊົນ ເຂົ້າຮ່ວມ.
ອ່ານເພີ່ມເຕີມ: ພິທີ ມອບ-ຮັບ ໂປຣແກຣມລົງທະບຽນ ເລກໝາຍໂທລະສັບມືຖື
ໃນຕອນເຊົ້າວັນທີ 2 ກຸມພາ 2018 ທີ່ຜ່ານມານີ້ ໂດຍອີງຕາມແຜນການກຳນົດພະນັກງານນຳພາຄຸ້ມຄອງຂອງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງຜົ້ງສາລີ ຕັ້ງແຕ່ປີ2016-2020 ຈຶ່ງໄດ້ຈັດໃຫ້ມີກອງປະຊຸມກອງປະຊຸມທາບທາມກ່ຽວກັບການແຕ່ງຕັ້ງຮອງຫົວໜ້າຂະແໜງໄປສະນີ ແລະ ຮອງຫົວໜ້າຂະແໜງແຜນການການເງິນ ຂື້ນທີ່ຫ້ອງປະຊຸມຂອງພະແນກ ປທສ ແຂວງ.
ໃນຕອນແລງວັນທີ 2 ມັງກອນ 2018 ທີ່ຜ່ານມາ ກຳມະບານຮາກຖານພະແນກ ປທສ ແຂວງ ໄດ້ເຂົ້າຮ່ວມຮັບຟັງການໂອ້ລົມຂອງສະຫາຍ ປ້ານ ນ້ອຍມະນີ ກຳມະການສູນກາງພັກ, ປະທານສູນກາງກຳມະບານລາວ ພ້ອມດ້ວຍຄະນະ ທີ່ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງ ຜົ້ງສາລີ, ໂດຍການໃຫ້ກຽດຕ້ອນຮັບຂອງ ສະຫາຍ ນາງ ສົມສຸກ ໄຊພະຈັນ ກຳມະການພັກແຂວງ, ປະທານສະຫະພັນກຳມະບານ ແຂວງຜົ້ງສາລີ ແລະ ມີບັນດາປະທານກຳມະບານຮາກຖານ, ຫົວໜ້າໜ່ວຍກຳມະບານ ອ້ອມຂ້າງແຂວງ ແລະ ເມືອງຜົ້ງສາລີເຂົ້າຮ່ວມຢ່າງພ້ອມພຽງ
ອ່ານເພີ່ມເຕີມ: ກຳມະບານຮາກຖານພະແນກ ປທສ ເຂົ້າຮ່ວມຮັບຟັງການໂອ້ລົມຂອງປະທານສູນກາງກຳມະບານລາວ
ໃນຕອນແລງວັນທີ 1 ກຸມພາ 2018 ທີ່ຜ່ານມາກຳມາບານຮາກຖານພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີປະຖັກກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 62 ປີ ຂື້ນທີ່ຫ້ອງປະຊຸມຂອງພະແນກ ໂດຍການເປັນປະທານຂອງສະຫາຍ ບຸນທອງ ບຸດດີ ຮອງຫົວໜ້າພະແນກ, ປະທານກຳມະບານຮາກຖານພະແນກ ປທສ ແຂວງ , ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປະສິດ ເຈັນຕະຈັກ ເລຂາໜ່ວຍພັກ, ຫົວໜ້າພະແນກ ປທສ ແຂວງ ແລະ ມີບັນດາສະມາຊິກກຳມະບານພະນັກງານ-ວິຊາການ ພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.