ໃນວັນທີ 23-24 ມັງກອນ 2018 ທີ່ຜ່ານມານີ້ ໂດຍອີງຕາມແຈ້ງແຈ້ງເຊີນຂອງຫ້ອງການກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ວ່າດ້ວຍ ເຂົ້າຮ່ວມຝືກອົບຮົມກ່ຽວກັບ ການນຳໃຊ້ລະບົບອີເມວ ແລະ ລະບົບກອງປະຊຸມທາງໄກ ລະບັບເລກທີ 158/ຫກຊ, ລົງວັນທີ 17 ມັງກອນ 2018.
ອ່ານເພີ່ມເຕີມ: ຝຶກອົບຮົມການນຳໃຊ້ອີເມວ ແລະ ການນຳໃຊ້ລະບົບກອງປະຊຸມທາງໄກ video conference ກະຊວງ ປທສ
ກອງປະຊຸມວຽກງານຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ປີ 2017 ແລະກອງປະຊຸມວຽກງານ ໄອຊີທີ ປີ 2017 ອັດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່ສູນການຄ້າລາວ-ໄອເຕັກ ໃນຕອນສວຍຂອງວັນທີ 24 ມັງກອນ ຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ມີບັນດາທ່ານລັດຖະມົນຕີ/ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງ/ຮອງເຈົ້າ ແຂວງ, ຄະນະກົມ/ທຽບເທົ່າ ແລະຄະນະພະແນກ ປທສ ແຂວງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້່າຮ່ວມ.
ອ່ານເພີ່ມເຕີມ: ຜົນສໍາເລັດກອງປະຊຸມວຽກງານຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ປະຈຳປີ2017
ໃນຕອນແລງ ວັນທີ 18 ມັງກອນ 2018 ທີ່ຜ່ານມານີ້ ເພຶ່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ 2 ຫ້ອງການ ແລະ ທັງເປັນການສ້າງຂະບວນການເພຶ່ອຄຳນັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 69 ປີໃນວັນທີ 20 ມັງກອນ 2018 ທີ່ໃຫ້ຈະມາເຖິງນີ້
ກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ແລະ ກອງປະຊຸມວຽກງານໄອຊີທີປີ 2017 ຊຶ່ງໄດ້ດຳເນີນເປັນໄລຍະເວລາ 02 ວັນ (ລະຫວ່າງວັນທີ 23-24 ມັງກອນ 2018). ໂດຍການເປັນປະທານຂອງທ່ານ ປອ ທັນສະໄໝ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ປທສ, ມີຮອງລັດຖະມົນຕີບັນດາກະຊວງ, ເຈົ້າແຂວງ, ຮອງເຈົ້າແຂວງ/ນະຄອນ, ພະນັກງານ ລັດຖະກອນອອ້ມຂ້າງກະຊວງ ແລະ ທ້ອງຖິ່ນ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາຂະແໜງ ການດ້ານໄປສະນີ, ໂທລະຄົມມະນາຄົມເຂົ້າຮ່ວມ.~ສົ່ງເສີມ, ນຳໃຊ້ ໄອຊີທີ (ICT) ເຂົ້າໃນ ເອັດເອັມອີ (SME) ແລະ ສະຕາດອັບ (Start up) ເພື່ອຂັບເຄື່ອນເສດຖະກິດ ດີຈີຕອນ}ກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ແລະ ກອງປະຊຸມວຽກງານໄອຊີທີປີ 2017 ໄດ້ໄຂຂື້ນ ໃນຕອນເຊົ້າຂອງວັນທີ 23 ມັງກອນ 2018 ນີ້. ທີ່ສູນການຄ້າລາວ-ໄອເຕັກ ພາຍໃຕ້ຄຳຂັວນທີ່ວ່າ:
ອ່ານເພີ່ມເຕີມ: ກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ແລະ ກອງປະຊຸມວຽກງານໄອຊີທີປີ 2017
ໃນຕອນແລງ ວັນທີ 8 ທັນວາ 2017 ຜ່ານມານີ້ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ປທສ ແຂວງຜົ້ງສາລີ ຜູ້ໃໝ່ ຂື້ນທີ່ຫ້ອງປະຊຸມຂອງບໍລິສັດລັດວິສາຫະກິດ ລາວໂທລະຄົມມະນາຄົມ ສາຂາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວທອງ ອຸແສງຄຳ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ.
ອ່ານເພີ່ມເຕີມ: ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ປທສ ແຂວງຜົ້ງສາລີ ຜູ້ໃໝ່