ໃນຕອນເຊົ້າ ວັນທີ 28 ກັນຍາ 2017 ຜ່ານມານີ້ ທ່ານ ປະສິດ ເຈັ່ນຕະຈັກ ຫົວໜ້າພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງຜົ້ງສາລີ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວເຮັດວຽກນຳການນຳເມືອງ ຍອດອູ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ຕ້ອນຮັບຂອງທ່ານ ສົມຫວັງ ສົມວິໄລ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ຍອດອູ, ພ້ອມດ້ວຍທ່ານ ດວງແກ້ວ ຫົວໜ້າຫ້ອງວ່າການປົກຄອງເມືອງ ຍອກດອູ.
ຈຸດປະສົງໃນການລົງເຄື່ອນໄຫວແມ່ນ 1)ເກັບກຳຂໍ້ມູນກ່ຽວກັບຈຳນວນກຸ່ມບ້ານ, ບ້ານ ທີ່ມີສັນຍານໂທລະສັບ ແລະ ບໍ່ມີມີສັນຍານໂທລະສັບຢູ່ເມືອງ ຍອດອູ ເພຶ່ອເປັນບ່ອນອີງໃຫ້ແຜນພັດທະນາວຽກງານ ປທສ ໃນໄລຍະ 5 ປີ( 2016-2020), 2) ເກັບກຳຂໍ້ມູນກ່ຽວກັບຄວາມພ້ອມຂອງບັນດາເມືອງໃນການສ້າງເວັບໄຊ(Website) ຂອງຕົນເພຶ່ອເປັນບ່ອນເຜີຍແຜ່ການເຄື່ອນໄຫວວຽກງານຕ່າງໆພາຍໃນເມືອງ, 3) ການສ້າງຕັ້ງຫ້ອງການ ປທສ ປະຈຳເມືອງ ຍອດອູ , 4) ການຄຸ້ມຄອງບັນດາຜູ້ປະກອບການທຸລະກິດຮ້ານອາຫານ, ຮ້ານບັນເທີງ, ບ້ານພັກ, ໂຮງແຮມ ທີ່ໃຫ້ບໍລິການຟຣີວາຍຟາຍ(Friee WIFI) ໃຫ້ລູກຄ້າພາຍໃນເມືອ ແລະ 5) ການສືບຕໍ່ເຜີຍແຜ່ບັນດານິຕິກຳໃຫ້ພໍ່,ແມ່ ປະຊາຊົນ, ພໍ່ຄ້າຊາວຊາຍທັງພາຍໃນ ແລະ ຕ່າງປະເທດກ່ຽວກັບການຫ້າມນຳໃຊ້ເຄືອຂ່າຍຂອງຕ່າງປະເທດໃນການຕິດຕໍ່ສື່ສານໂດຍບໍ່ໄດ້ຮັບອະນຸຍາດ.
ຜ່ານການລົງການເຄື່ອນໄຫວວຽກງານຢູ່ເມືອງ ຍອດອູເຫັນວ່າ ຈຳນວນກຸ່ມບ້ານທັງໝົດ 9 ກຸ່ມບ້ານ ແລະ 1 ບ້ານ, ໂດຍພື້ນຖານແລ້ວໂຄງລ່າງດ້ານ ປທສ ຢູ່ເມືອງ ໂດຍສະເພາະກ່ຽວກັບພື້ນທີ່ໆມີສັນຍານໂທລະສັບ ແລະ ບໍ່ມີມີສັນຍານໂທລະສັບຢູ່ເມືອງ ແມ່ນສາມາດຕິດຕໍ່ສື່ສານກັນໄດ້ທຸກກຸ່ມບ້ານ, ບ້ານ, ມີພຽງແຕ່ບາງບ້ານ ຂອງບາງກຸ່ມທີ່ຍັງບໍ່ສາມາດກວມໄດ້ທຸກພື້ນທີ່ (ມີສັນຍານເປັນບາງຈຸດ)